ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກພະແນກການເມືອງ
ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ສຳເລັດປະຊຸມໃຫຍ່ສະມາຊິກພັກຄັ້ງທີ III


     ວັນທີ 14 ກຸມພາ 2024 ນີ້ໜ່ວຍພັກພະແນກການເມືອງ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ສຳເລັດກອງປະຊຸມ
ໃຫຍ່ສະມາຊິກພັກຄັ້ງທີ III ເພື່ອປ່ອນບັດເລືອກຕັ້ງເອົາຄະນະພັກ ຊຸດໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັນໂທ ອູເທບ ພົມມະ
ເທດ ຄະນະພັກຮາກຖານກົມ ເລຂາໜ່ວຍພັກ ພະແນກການເມືອງ ແລະ ເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ
ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາແຂກທີ່ມາຈາກຫ້ອງ ແລະ
ພະແນກການຂອງກົມ, ຜູ້ແທນກອງປະຊຸມຕະຫຼອດຮອດສະມາຊິກພັກພາຍໃນພະແນກການເມືອງ ເຂົ້າຮ່ວມ.

     ໃນພິທີສະຫາຍ ພັນໂທ ອູເທບ ພົມມະເທດ ຄະນະພັກຮາກຖານກົມ ເລຂາໜ່ວຍພັກພະແນກ ການເມືອງ ໄດ້ຂຶ້ນຜ່ານບົດລາຍ
ງານການເມືອງທັງສອງພາກ ເວົ້າລວມສະພາບ ພາກພື້ນ ແມ່ນຮັກສາ ໄດ້ສະຖຽນລະພາບທາງດ້ານການເມືອງ ການຮ່ວມມືດ້ານວັດທະ
ນະທຳສັງຄົມມີຄວາມສະຫງົບ ພົວພັນ ລົງເລິກ ຮັດແໜ້ນຄວາມສາມັກຄີດີ ພ້ອມທັງຕີລາຄາການນຳພາຈັດຕັ້ງມະຕິກອງປະຊຸມສະໄໝ
ທີ II ຂອງພະແນກການເມືອງ ຍົກໃຫ້ເຫັນຜົນງານທີ່ເດັ່ນໃນໄລຍະ 5 ປີ ທີ່ຜ່ານມາຄື: ໄດ້ເຮັດໃຫ້ໜ້າທີ່ເຮັດໃຫ້ ພາຍໃນ ກົມກອງມີ
ຄວາມສະຫງົບເປັນລະບຽບຮຽບຮ້ອຍພາຍໃນກອງທັບ ຊຸກຍູ້ປຸກລະດົມພະນັກງານສະມາຊິກພັກໃຫ້ມີຄວາມຕື່ນຕົວຄວາມຮັບຜິດ
ຊອບສູງຕໍ່ການຈັດຕັ້ງ, ຊຸກຍູ້ຂະແໜງວິຊາສະເພາະກວດກາ ປ້ອງກັນ ໄດ້ເຄື່ອນໄຫວເກັບກຳສະພາບພາຍໃນ ກົມເປັນ ປົກກະຕິເພື່ອ
ຕິດຕາມ ກວດກາແກ້ໄຂ ພາຍໃນກົມໃຫ້ທັນເວລາ, ເອົາໃຈໃສ່ຊີ້ນຳນຳພາ ພະນັກງານສະມາຊິກພັກ ເຄື່ອນໄຫວ ເຂົ້າຮ່ວມຂະບວນ
ການກິດຈະກຳຕ່າງໆຂອງກົມເປັນຕົ້ນແມ່ນການຈັດຕັ້ງ ຝຶກອົບຮົມຫັດແອບການທະຫານ ແລະ ການເມືອງປະຈຳປີ, ປຸກລະດົມໃຫ້ສະ
ຫາຍທີ່ ເຂົ້າຮຽນ ເຊື່ອມຊຶມມະຕິຂອງພັກ ຂອງກອງທັບ ເຂົ້າຮ່ວມ ຂະບວນການຕ່າງໆເປັນຕົ້ນແມ່ນສີລະປະ-ວັນນະຄະດີ ກິລາກາຍະ
ກຳ, ວຽກງານຈັດຕັ້ງພັກ ຮັກສາໄດ້ຍາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ III ສະໄໝຕິດຕໍ່ກັນ, ສະເໜີຂັ້ນເທິງຮັບ
ມະຫາຊົນກ້າວ ໜ້າເຂົ້າພັກສຳຮອງ ແລະ ສົມບູນ ໄດ້ 48 ສະຫາຍ, ສະເໜີເຮັດບັດສະມາຊິກພັກໄດ້ 48 ບັດ, ວຽກງານ ພະນັກງານ
ເປັນວຽກງານໜຶ່ງທີ່ເປັນ ໃຈກາງກໍ່ສ້າງພະນັກງານໃຫ້ມີຄວາມຮູ້ຄວາມສາມາດໃນ ການປະຕິບັດໜ້າທີ່ການເມືອງຂອງກົມກອງ ຄະນະ
ໜ່ວຍພັກໄດ້ເອົາໃຈໃສ່ເປັນພິເສດໃນການຊີ້ນຳ ນຳພາ ສະເໜີຊັ້ນໃຫ້ພະນັກງານໄດ້ 172 ສະຫາຍ, ສະເໜີແຕ່ງຕັ້ງໃບປະກາດ ແຕ່ງຕັ້ງ
ຄະນະກົມ 2 ສະຫາຍ ຄະນະຫ້ອງ 15 ສະຫາຍ ຄະນະພະແນກເອກະລາດ 6 ສະຫາຍ ຂັ້ນພະແນກຂຶ້ນກັບຫ້ອງ 42 ສະຫາຍ, ນອກ
ນັ້ນສະຫາຍ ພັນໂທ ອູເທບ ຍັງໄດ້ຍົກໃຫ້ເຫັນຈຸດດີ ແລະ ຂໍ້ຄົງຄ້າງ ພາຍໃນພະແນກ ການເມືອງທີ່ຕ້ອງປັບປຸງ ແລະ ແກ້ໄຂ.

     ໂອກາດນີ້ ໃນພິທີຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ໄດ້ຕາມຄາດໝາຍ. ທ້າຍພິທີ ສະຫາຍປະທານກອງປະຊຸມ ຍັງໄດ້
ຮຽກຮ້ອງໃຫ້ສະມາຊິກພັກຈົ່ງຍົກສູງ ຕື່ນຕົວແນວຄິດການເມືອງ ຂອງຕົນມີຄວາມຮັບຜິດຊອບຕໍ່ໜ້າທີ່ການງານວຽກວິຊາສະເພາະ ແລະ
ວຽກຂະບວນການໃຫ້ຟົດຟື້ນ, ກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມກັນເຮັດສຳເລັດໜ້າທີ່ຕາມ ຂັ້ນເທິງ
ມອບໝາຍໃຫ້ .

ແຫຼ່ງຂ່າວໂດຍ ຈັນທະພອນ ພົມມີໄຊ
ວັນທີ 19/02/2024